ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໄທ​ມີ​ແຜນ​ຈະ​ດຳເນີນ​ການ​ເຈລະຈາ​ການ​ຄ້າ​ເສລີ​ກັບ​ສະຫະພາບ​ເອີ​ຣົບ


 ສຳນັກ​ຂ່າວ​ຊິນ​ຮວາ ​ແຈ້ງ​ໃຫ້​ຮູ້​ໂດຍ​ອິງ​ຕາມ​ລາຍ​ງານ​ຈາກ​ເວັບ​ໄຊທ໌​ແຫຼ່ງ​ຂ່າວ​ໜຶ່ງ ​ຂອງ​ລັດຖະບານ​ໄທໃຫ້​ຮູ້ເມື່ອ​ບໍ​ດົນ​ນີ້​ວ່າ, ລັດຖະບານ​ໄທ​ໄດ້​ອະນຸມັດ
​ຂໍ້​ສະເໜີ​ຂອງ​ກະຊວງ​ການ​ຄ້າ​ໄທ, ທີ່​ມີ​ເນື້ອ​ໃນ​ຂໍ້​ສະເໜີ​ກ່ຽວ​ກັບ​ການ​ຟື້ນ​ຟູ ແລະ ການ​ສ້າງຕັ້ງ​ສັນຍາ​ການ​ຄ້າ​ເສລີ​ກັບ​ສະຫະພາບ​ເອີ​ຣົບ​ອີກ​ເທື່ອ​ຫນຶ່ງ ເນື່ອງ ​ ຈາ​ກວ່າ ອີ​ຢູ ເປັນ​ໜຶ່ງ​ໃນ​ຂົງເຂດ​ເສດຖະກິດ​ຂະຫນາດ​ໃຫຍ່​ທີ່​ສຳຄັນ​ຂອງ​ໄທ. ລັດຖະບານ​ໄທ​ເຫັນ​ວ່າ​ວຽກ​ງານ​ດັ່ງກ່າວ​ເປັນ​ວຽກ​ສຳຄັນ​ທີ່​ຄວນ​ຮີບ​ດ່ວນ ​ເຮັດ​ໃຫ້​ສຳເລັດ ເພາະ​ຈະ​ມີ​ຜົນ​ດີ​ຕໍ່​ການ​ຊຸກຍູ້​ຜົນ​ປະໂຫຍດ​ລວມ​ຂອງ​ໄທ, ເພີ່ມ​ໂອກາດ​ດ້ານ​ການ​ຄ້າ ແລະ ການ​ລົງທຶນ​ໃຫ້​ແກ່​ປ​ະເທດ. ສະຫະພາບ​ເອີ​ລົບ ​ແມ່ນ​ຄູ່​ຮ່ວມ​ມື​ທາງ​ດ້ານ​ການ​ຄ້າ​ໃຫຍ່​ອັນ​ດັບ 4 ຂອງ​ໄທ, ເຊິ່ງ​ໃນ​ປະຈຸ​ບັນ ສິນຄ້າ​ທີ່​ໄທ​ສົ່ງ​ອອກ​ໄປ​ຍັງ​ສະຫະພາບ​ເອີ​ລົບ​ລວມ​ມີ ເຄື່ອງ​ອຸປະກອນ​ຄອມ​ພິວ ​ເຕີ, ເຄື່ອງ​ປັບ​ອາກາດ, ຜະລິດ​ຕະ​ພັນປະເພດ ເຄື່ອງຢາງ ແລະ ອາຫານ. ນອກ​ນັ້ນ, ໄທ​ຍັງ​ມີ​ການ​ນຳ​ເຂົ້າ​ຜະລິດ​ຕະ​ພັນ​ອື່ນໆ​ຈາກ​ສະຫະພາບ​ເອີ​ຣົບ​ເຊັ່ນ​ກັນ, ເຊິ່ງ​ໂດຍ​ທົ່ວ​ໄປ​ແມ່ນ​ຊິ້ນ​ສວ່ນ​ເຄື່ອງ​ຈັກ, ຢາ​ປົວ​ພະຍາດ ແລະ ຜະລິດ​ຕະ​ພັນ​ອື່ນໆ​ອີກ​ຈຳ ນວນ​ຫຼາຍ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 20/02/2023